League

ເປບຊີ ລາວລີກ 1 ປະຈຳປີ 2020 ຈະໃຊ້ສະຫນາມກິລາແຫ່ງຊາດຫລັກ 16 ສະ​ຫນາມໃນ ແລະ ສະ​ຫນາມນອກ

ເປບຊີ ລາວລີກ 1 ປະຈຳປີ 2020 ຈະໃຊ້ສະຫນາມກິລາແຫ່ງຊາດຫລັກ 16 ສະ​ຫນາມໃນ ແລະ ສະ​ຫນາມນອກ

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ຈະເລີ່ມເປີດການແຂ່ງຂັນໃນວັນທີ 11 ກໍລະກົດ 2020 ໂດຍມີ 7 ສະໂມສອນ ເຂົ້າຮ່ວມການແຂ່ງຂັນປະກອບມີ: ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີ ເຊເວັນ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສຣາ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ,ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ວຽງຈັນ ເອັຟຊີ.

ສຳລັບ ການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2020 ຈະແຂ່ງຂັນຮູບແບບໄປ ແລະ ກັບ ໂດຍຈະແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ເທົ່ານັ້ນ ໂດຍການແຂ່ງຂັນຈະດຳເນີນໄປແບບສະໜາມປິດ ແຂ່ງຂັນຢູ່ທີ່ສະຫນາມໃນ ແລະ ສະຫນາມນອກ, ໃນເບື້ອງຕົ້ນເຊີ່ງ ສຕລ ຈະຍົກເວັ້ນຄ່ານໍາໃຊ້ສະໜາມ ແລະ ຄ່າໃຊ້ຈ່າຍອົງປະກອບພາກສະໜາມທັງໝົດໃຫ້ກັບທຸກສະໂມສອນ, ຍົກເວັ້ນຄ່າຕິດຕັ້ງປ້າຍໂຄສະນາ ຫຼື ອື່ນໆທີ່ກ່ຽວກັບວຽກພາຍໃນຂອງສະໂມສອນເອງເຊີ່ງສະໂມສອນຕ້ອງເປັນຜູ້ຮັບຜິດຊອບ, ສະໂມສອນສາມາດສະເໜີຂໍນໍາໃຊ້ສະໜາມຝຶກຊ້ອມຂອງ ສຕລ ໄດ້ໂດຍບໍ່ເສຍຄ່າເຊົ່າໃນໄລຍະການແຂ່ງຂັນໂດຍອີງຕາມການຈັດສັນຂອງ ສະຫະພັນບານເຕະແຫ່ງຊາດລາວ, ຍົກເວັ້ນຄ່າລົງທະບຽນຂອງພະນັກງານ ແລະ ນັກກິລາ ໃນການແຂ່ງຂັນຂອງ ສຕລ ປີ 2020.

 104269790_265081174715464_509383667916018961_n 

67161986_2830944960255461_2433409636758454272_o_2

By Lao League

ທ່ານອາດຈະມັກ

ເພີ່ມເຕີມໃນ: League

0 ຄຳ ເຫັນ

Powered by