
ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ປີນີ້ ໄດ້ເສີມນັກກິລາຫລາຍຕຳແຫນ່ງ ເພື່ອຫວັງຄວ້າແຊ້ມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ເຊິ່ງໄດ້ເສີມນັກກິລາມາຈາກຫລາຍສະໂມສອນ ຄື: ເກດສະດາ ສຸກສະຫວັນ, ສາຍຊົນ ຂຸນຊຳນານ ແລະ ມະໂນລົມ ເພັດພັກດີ ຈາກ ສະໂມສອນ ລາວໂຕໂຢຕ້າ, ກຽງທະວີສັກ ໄຊຊະນະປັນຍາ, ຈັນສະຫມອນ ພົມມະລິວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ, ຄູນສົມບັດ ພົມມະໄຊ, ທິນນະກອນ ວົງສາ ຈາກ ສະໂມສອນ ປກສ ເອັຟຊີ, ພູທອນ ອິນນະໄລ ຈາກ ສະໂມສອນ ກອງທັບ ເອັຟຊີ , ນອກຈາກນັ້ນຍັງໄດ້ເສີມນັກຕ່າງປະເທດ 2 ຄົນ SOULEYMANE COULIBALY ສັນຊາດມາລີ ແລະ Kosuke Uchida ສັນຊາດຍີ່ປຸ່ນ, ສ່ວນຄູຝຶກຍັງໃຊ້ ທ່ານ CATALIN-MIHAI DINUI ສັນຊາດໂຣມາເນຍ ທີ່ຄຸມທີມໃນໄລຍະແຂ່ງຂັນ AFC CUP ເປັນຫົວຫນ້າຄູຝຶກ ແຕ່ຍັງບໍ່ສາມາດເດີນທາງມາ ສປປລາວ ໄດຕ້ອງລໍຖ້າສາຍກິນເປີດ ຈຶ່ງສາມາດເດີນທາງມາສົມທົບທີມ.
ການແຂ່ງຂັນ ລາຍການ ເປບຊີ ລາວລີກ 1 ລະດູການ 2020 ນີ້ມີທັງໝົດ 7 ສະໂມສອນເຂົ້າຮ່ວມແຂ່ງຂັນ ປະກອບມີ ສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ດີກຣີແຊ໋ມ 4 ສະໄໝຊ້ອນ, ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ວຽງຈັ ເອັຟຊີ ການແຂ່ງຂັນກຳນົດຈະເປີດແຂ່ງຂັນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2020 ຈົນເຖິງ ວັນທີ 03 ຕຸລາ 2020. ນອກຈາກນັ້ນ, ກໍຍັງມີອີກ 1 ລາຍການ ໃຫຍ່ ກໍຄື ແມ່ນ ການແຂ່ງຂັນບານເຕະຊີງຂັນ ສຕລ ປະຈຳປີ 2020 ກໍານົດເອົາ ທີມຈາກລາວລີກ 1 ແລະ ລາວລີກ 2 ລວມທັງໝົດ 21 ທີມ ພ້ອມທັງມາຈັບສະຫຼາກແຂ່ງຂັນ ທີມໃດເສຍຕົກຮອບເລີຍ ລາຍການດັ່ງກ່າວ ຄາດວ່າ ຈະຈັດຂຶ້ນໃນເດືອນສິງຫານີ້.
ການແຂ່ງຂັນໃນປີນີ້ແມ່ນຈະໃຊ້ 2 ສະຫນາມຄື: ສະຫນາມກິລາແຫ່ງຊາດຫລັກ 16 ສະຫນາມໃນ ແລະ ສະຫນາມນອກ .
ຕາຕະລາງການແຂ່ງຂັນອາທິດທຳອິດ
ວັນທີ 11 ກໍລະກົດ 2020 ມີການແຂ່ງຂັນ 2 ຄູ່
- ເວລາ 16:00 ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ
ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )
- ເວລາ 16:00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມນອກ )
ວັນທີ 12 ກໍລະກົດ 2020
- ເວລາ 16:00 ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ).
ການແຂ່ງຂັນຈະດຳເນີນໄປແບບສະໜາມປິດໃນເບື້ອງຕົ້ນ ບໍ່ອະນຸຍາດໃຫ້ແຟນບານເຂົ້າຮ່ວມຊົມ ການແຂ່ງຂັນ, ທຸກໆນັດແມ່ນມີການຖ່າຍທອດສົດຜ່ານ Mycujoo.
By Lao League
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.