
ຕອນແລງວັນທີ 28 ມິຖຸນາ ຜ່ານມາ ທີ່ສະໜາມກິລາບານເຕະຫຍ້າທຽມສູນຝຶກບານເຕະແຫ່ງຊາດ ຫຼື ຫ້ວຍຫົງ ໄດ້ມີການແຂ່ງຂັນເຕະບານນັດອຸ່ນເຄື່ອງ ນັດທີ່ທີມອັດສະວິນ ສີຟ້າ ສະໂມສອນ ວຽງຈັນ ເອັບທີ ໄລ່ເອົາຊະນະ ທີມສຸພາບຸລຸດເສື້ອຂາວ ສະໂມສອນ ລາວ-ທ໊ອບ ເອັບຊີ ໄປແບບສຸດມັນ 3-1 ປະຕູ. ຫຼັງຈາກນັ້ນ, ທາງຄະນະບໍລິຫານງານສະໂມສອນ ດັ່ງກ່າວ ກໍໄດ້ມີການປະກາດລາຍຊື່ນັກເຕະຕົວຈິງ ຈຳນວນ 22 ຄົນ, ໃນນັ້ນ ມີ 2 ນັກເຕະຕ່າງຊາດ ກໍຄື ຊາມີ້ ກອງຫຼັງຊາວໄອວໍຣີໂຄດ ແລະ ຈອນ ກອງໜ້າຊາວບຸກກີນ່າຟາໂຊ ເສີມທັບ ສ່ວນນັກເຕະ ລາວ ອີກ 20 ຄົນ ປະກອບມີ ຜູ້ຮັກປະຕູ ສອນມະນີ ສີທະນົງໄຊ ແລະ ສຸວັນເພັງ ພັນທະວົງ ສ່ວນກອງຫຼັງ ຄຳປັນຍາ ແກ້ວດວງເດດ, ພັດທະຍາ ພຸດທະວົງ, ທັນວາ ວົງໄຊ, ມີນາຄົມ ນວນຈັນເພັງ, ສີລິສັນ ກັນຍາວົງ, ທິນນະກອນ ພິມສຸວັນ, ພາລະກິດ ຂຸນພານິດ ແລະ ສົມເດດ ຂັນຕິວົງ ສ່ວນກອງກາງ ຄຳຫຼ້າ ທຳທະວີ, ຕາໂໜດ ຈອມທິບ, ລິນດ້າ ຈັນທະລັງສີ, ສິດທິກອນ ກັນຍາວົງ, ວັນນາ ພັນອາລິນ, ສອນໄຊ ພັນທະໄຊ, ຊະນະສຸກ ປະວັນນາ ແລະ ກອງໜ້າ ກໍມີ ບຸນປະເສີດ ເຄນກິຕິສັກ, ໄວທະຍາ ສີສົງຄາມ ແລະ ທັດສະພອນ ໄຊສຸກ.
ຕະຫຼອດໄລຍະການຝຶກຊ້ອມ 2 ເດືອນກວ່າທີ່ຜ່ານມາ ທີມອັດສະວິນສີຟ້າ ວຽງຈັນ ເອັຟທີ ລົງສະໜາມແຂ່ງຂັນເພື່ອທົບສອບຄວາມສັກກະຍະພາບຂອງທີມ 2 ນັດ ກໍສາມາດເອົາ ຊະນະ ໄດ້ເຖິງ 2 ນັດ ຕິດຕໍ່ກັນ ກໍຄື ຖະຫຼົ່ມຊະນະສະໂມສອນ ແຄນລາວ ຢູໄນເຕັດ ຂາດຮອຍເຖິງ 4-1 ປະຕູ ແລະ ຫຼ້າສຸດ ຊະນະ ສະໂມສອນ ລາວ-ທ໊ອບ 3-1 ປະຕູ ນັດອຸ່ນນັດສຸດທ້າຍ ກ່ອນຈະເຂົ້າຮ່ວມແຂ່ງຂັນ ເປບຊີ ລາວລີກ 1 ທີມອັດສະວິນສີຟ້າ ມີຄິວລົງສະໜາມ ພົບ ສະໂມສອນ ຊ້າງນ້ອຍ ເອັຟຊີ ໃນວັນທີ 4 ກໍລະກົດນີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສະໜາມນອກ ໃນເວລາ 16:00 ໂມງເປັນຕົ້ນໄປ.
ຂອບໃຈຂໍ້ມູນ ແລະ ພາບ ຈາກ ສະໂມສອນ ວຽງຈັນ ເອັຟທີ
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.