League

ວັນ​ນາ ບຸນ​ຫລໍ່​ວ​ົງ​ສາ ຍິງ 2 ປະ​ຕູ ພາ​ ຊ້າງ​ນ້ອຍ ເອົາ​ຊະ​ນະ ວຽງ​ຈັນ ເອັ​ຟ​ທີ 2-0 ​ບານ​ເຕະ​ນັດ​ອຸ່ນ​ເຄື່ອງ

ວັນ​ນາ ບຸນ​ຫລໍ່​ວ​ົງ​ສາ ຍິງ 2 ປະ​ຕູ ພາ​  ຊ້າງ​ນ້ອຍ  ເອົາ​ຊະ​ນະ  ວຽງ​ຈັນ ເອັ​ຟ​ທີ 2-0 ​ບານ​ເຕະ​ນັດ​ອຸ່ນ​ເຄື່ອງ

YEFC VS VT 1

YEFC VS VT 2

ເມື່ອວັນທີ 04 ກໍລະກົດ 2020 ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມນອກ ) ໄດ້ມີການແຂ່ງຂັນນັດອຸ່ນເຄື່ອງກຽມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ເປັນການພົບກັນລະຫວ່າງ ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບກັບ ສະໂມສອນ ວຽງຈັນ ເອັຟທີ, ນັດດັ່ງກ່າວທັງ 2 ທີມຕ່າງກໍສົ່ງຜູ້ຫລິ້ນຕົວຫລັກລົງສະຫນາມເຊິ່ງທາງ ຊ້າງນ້ອຍ ເອັຟຊີ ນຳໂດຍ ກິດຕິສັກ ພົມວົງສາ, ສົມລິດ ແສງວັນນີ , ວັນນາ ບຸນຫລໍ່ວົງສາ ແລະ ນັກເຕະຫນ້າໃຫມ່ ພຸດທະສັກ ສິລິກຸນ, EBEDI MURPHY ALABI ນັກເຕະສັນຊາດໄນຈີເຣຍ, NORIHIRO KAWAKAMI ສັນຊາດຍີ່ປຸ່ນ ທີ່ຍ້າຍມາຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ຂະນະທີ່ ວຽງຈັນ ເອັຟທີ  ນຳໂດຍ DIOMANDE ADAMA ນັກເຕະສັນຊາດກົດດີວົວ ທີ່ເຄີຍຫລິ້ນໃຫ້ກັບຫລາຍສະໂມສອນໃນໄທລີກ, ຕາໂນດ ຈອມທິບ, ຊະນະສຸກ ປະວັນນາ, ສົມເດດ ຂັນຕິວົງ, ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ຊ້າງນ້ອຍ ເອົາຊະນະ ສະໂມສອນ ວຽງຈັນ ເອັຟທີ 2-0 ໂດຍ ສະໂມສອນ ຊ້າງນ້ອຍ ໄດ້ 2 ປະຕູຈາກ ວັນນາ ບຸນຫລໍ່ວົງສາ.

YEFC VS VT 4

YEFC VS VT 5

YEFC VS VT 6


ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດແຂ່ງຂັນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2020 ຈົນເຖິງ ວັນທີ 03 ຕຸລາ 2020. ນອກຈາກນັ້ນ, ກໍຍັງມີອີກ 1 ລາຍການ ໃຫຍ່ ກໍຄື ແມ່ນ ການແຂ່ງຂັນບາຕະຊີງຂັນ ສຕລ ປະຈຳປີ 2020 ກໍານົດເອົາ ທີມຈາກລາວລີກ 1 ແລະ ລາວລີກ 2 ລວມທັງໝົດ 21 ທີມ ພ້ອມທັງມາຈັບສະຫຼາກແຂ່ງຂັນ ທີມໃດເສຍຕົກຮອບເລີຍ ລາຍການດັ່ງກ່າວ ຄາດວ່າ ຈະຈັດຂຶ້ນໃນເດືອນສິງຫານີ້.
ການແຂ່ງຂັນໃນປີນີ້ແມ່ນຈະໃຊ້ 2 ສະຫນາມຄື: ສະຫນາມກິລາແຫ່ງຊາດຫລັກ 16 ສະຫນາມໃນ ແລະ ສະຫນາມນອກ .

ຕາຕະລາງການແຂ່ງຂັນອາທິດທຳອິດ

ວັນທີ 11 ກໍລະກົດ 2020 ມີການແຂ່ງຂັນ 2 ຄູ່

- ເວລາ 16:00 ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )

- ເວລາ 16:00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມນອກ )  

ວັນທີ 12 ກໍລະກົດ 2020 ມີການແຂ່ງຂັນ 1 ຄູ່

- ເວລາ 16:00 ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກ ແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )

ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.

ທ່ານອາດຈະມັກ

ເພີ່ມເຕີມໃນ: League

0 ຄຳ ເຫັນ

Powered by