League

ອີໂວ້ ເຊັນສັນຍາໃຫ້​ກ​ານສະໜັບສະໜູນ ສະ​ໂມ​ສອນ ເອສະຣາ ເອັຟຊີ ລຸຍ ເປບ​ຊີ ລາວລີກ 1

ອີໂວ້ ເຊັນສັນຍາໃຫ້​ກ​ານສະໜັບສະໜູນ ສະ​ໂມ​ສອນ ເອສະຣາ ເອັຟຊີ ລຸຍ ເປບ​ຊີ ລາວລີກ 1
 
EZRA VS EVO 2
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ພຶດສະພາ 2020 ທີ່ອີໂວ້ ສະຕໍ ( EVO STORE ) ສາຂາບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຊັນສັນຍາກັນລະຫວ່າງ ທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ສະຕໍ ກັບ ທ່ານ ISSAC KIM ຜູ້ຈັດການທີມຂອງ ເອັສຣາ ເອັຟຊີ ພ້ອມຄະນະບໍລິຫານງານຂອງ ອີໂວ້ ສະຕໍ ແລະ ນັກກີລາຂອງ ເອສະຣາ ເອັຟຊີ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວ ທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ໄດ້ກ່າວວ່າ: ການສະໜັບສະໜູນຄັ້ງນີ້ ອີໂວ້ ຈະສະໜັບສະໜູນຊຸດແຂ່ງໃຫ້ກັບ ເອສະຣາ ເອັຟຊີ ເຂົ້າໃນການແຂ່ງຂັນ ເປບຊີ ລາວລີກ 1 ຕະຫຼອດລະດູການ ທີ່ຈະເປີດສາກຂຶ້ນໃນກໍລະກົດນີ້ ໂດຍມີມູນຄ່າ 10 ກວ່າລ້ານກີບ.
ສະໂມສອນ ເອສະຣາ ເອັຟຊີ ເປັນສະໂມສອນຫນຶ່ງທີ່ສ້າງນັກກິລາຮຸ່ນສືບທອດ ເຊິ່ງມີນັກກິລາຕິດທີມຊາດ ເປັນຈຳນວນຫລາຍໃນລະແຕ່ຮຸ່ນ ເຍົາວະຊົນ ຈົນເຖິງທີ່ ຊຸດໃຫຍ່, ປີ 2019 ເອສະຣາ ໄດ້ຮັບລາງວັນ ພັດທະນາບານເຕະຮຸ່ນສືບທອດດີເດັ່ນ ຈາກ ສະຫະພັນບານເຕະແຫ່ງຊາດລາວ( LFF Grassroots Award 2019).
EZRA VS EVO 3

ສະໂມສອນ ເອສະຣາ ເອັຟຊີ ເຂົ້າຮ່ວມ ການແຂ່ງຂັນ ລາວພຣີເມຍລີກ ມາແລ້ວ 4 ຄັ້ງ ລາຍລະອຽດມີດັ່ງນີ້: ປີ 2013 ໄດ້ອັນດັບ 4, ປີ 2014 ໄດ້ອັນດັບ 6, ປີ 2015 ໄດ້ອັນດັບ 11 ແລະ ປີ 2016 ໄດ້ອັນດັບ 10 ເຊິ່ງໃນປີນີ້ ສະໂມສອນ ເອສະຣາ ເອັຟຊີ ແມ່ນຈະໃຊ້ນັກເຕະດາວຮຸ່ງຫລາຍຄົນທີ່ຕິດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ, ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ນຳໂດຍ ໂຈນີ່ ແຫວນປະເສີດ, ອານຸສອນ ໄຊປັນຍາ, ພຸດທະລັກ ທອງສະຫນິດ, ພຸດທະວົງ ສັງວິໄລ, ອານັນຕະຊາ ສີພົງພັນ ປະສົມປະສານກັບນັກເຕະທີ່ປະສົບການຫລາຍຄົນນຳໂດຍ ພັດທະນາ ພົມມະເທບ, ສິງທອງ ສີຍາວົງ, ໄຊຍະພອນ ແສງສະຫວ່າງ, ສຸນິກອນ ສຸພູສິດ, ໄຊຍະເພັດ ສົມແພງບຸບຜາ.
ການແຂ່ງຂັນ ເປບຊີ ລາວລີກ 1 ໃນປີ 2020 ມີ 7 ທີມປະກອບມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ມາສເຕີ 7 ເອັຟຊີ, ຊ້າງນ້ອຍ ເອັຟຊີ, ປກສ ເອັຟຊີ, ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ, ວຽງຈັນ ເອັຟທີ ແລະ ເອັສຣາ ເອັຟຊີ ຈະເປີດສາກແຂ່ງຂັນໃນວັນທີ 11 ກໍລະກົດ 2020 ໂດຍຈະໃຊ້ 2 ສະຫນາມຄື: ສະຫນາມກິລາແຫ່ງຊາດຫລັກ 16 ສະຫນາມໃນ ແລະ ສະຫນາມນອກ .

ຕາຕະລາງການແຂ່ງຂັນອາທິດທຳອິດ

ວັນທີ 11 ກໍລະກົດ 2020 ມີການແຂ່ງຂັນ 2 ຄູ່

- ເວລາ 16:00 ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )

- ເວລາ 16:00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມນອກ )  

ວັນທີ 12 ກໍລະກົດ 2020 ມີການແຂ່ງຂັນ 1 ຄູ່

- ເວລາ 16:00 ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກ ແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )

ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.

ທ່ານອາດຈະມັກ

ເພີ່ມເຕີມໃນ: League

0 ຄຳ ເຫັນ

Powered by