
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ທັງເປັນກຳມະການຕັດສິນ ຟີຟາ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທາງດ້ານກຳມະການຕັດສິນ ແມ່ນມີຄວາມພ້ອມເຕັມຮ້ອຍ ໃນການກະກຽມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ພາຍຫລັງໃນອາທິດທີ່ຜ່່ານມາໄດ້ມີການຝຶກອົບຮົມກຳການຕັດສິນ ແລະ ທົດສອບພະລະກຳລັງຂອງ ກຳມະການ ເຊິ່ງໃນປີນີ້ຈະໃຊ້ກຳມະການທັງຫມົດ 34 ຄົນ ໃນນັ້ນກຳມະການຕັດສິນ 13 ຄົນ ແລະ ຜູ້ຊ່ວຍກຳມະກາຕັດສິນ 21 ຄົນ ທີ່ມາຈາກຫລາຍພວກເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ກົມກິລາລະດັບສູງ , ມຊ, ຄະນະວິທະຍາສາດການກິລາ-ກາຍະກຳ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ປ້ອງກັນປະເທດ, ພະແນກສຶກສາທິການ ແລະ ກິລາ ເມືອງ ໄຊເຊດຖາ, ວິທະຍາໄລ ພະລະສືກສາທົ່ງປົ່ງ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ມສ ໂຊກນ້ອຍ ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ແຂວງຈຳປາສັກ ພິເສດໄປກວ່ານັ້ນໃນປີນີ້ຍັງໃຊ້ ຜູ້ຊ່ວຍກຳມະການຕັດສິນຍິງ ຟີຟາ ນາງ ພຸດສະຫວັນ ຈັນທະວົງ ເຊິ່ງເປັນຄັ້ງປະຫວັດສາດ ທີ່ມີຜູ້ຊ່ວຍກຳມະການຍິງ ເຂົ້າຮ່ວມຕັດສິນລາຍການລີກສູງສຸດຂອງປະເທດ, ຂະນະທີ່ ຜູ້ປະເມີນກຳມະການຕັດສິນ ແມ່ນໃຊ້ທັງຫມົດ 5 ຄົນ. ປີ 2020 ສປປລາວ ມີ ກຳມະການຕັດສິນຟີຟາ 3 ຄົນ, ຜູ້ຊ່ວຍກຳມະການຕັດສິນ ຟີຟາ 6 ຄົນ ເປັນຍິງ 1 ຄົນ ແລະ ກໍາມະການຕັດສິນຟີຟາ ຟຸດຊໍ 1 ຄົນ.
ການແຂ່ງຂັນກຳນົດຈະເປີດແຂ່ງຂັນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2020 ຈົນເຖິງ ວັນທີ 03 ຕຸລາ 2020 ໂດຍຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບໄປກັບ ຈະໃຊ້ 2 ສະຫນາມຄື: ສະຫນາມກິລາແຫ່ງຊາດຫລັກ 16 ສະຫນາມໃນ ແລະ ສະຫນາມນອກ.
ຕາຕະລາງການແຂ່ງຂັນອາທິດທຳອິດ
ວັນທີ 11 ກໍລະກົດ 2020 ມີການແຂ່ງຂັນ 2 ຄູ່
- ເວລາ 16:00 ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )
- ເວລາ 16:00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມນອກ )
ວັນທີ 12 ກໍລະກົດ 2020 ມີການແຂ່ງຂັນ 1 ຄູ່
- ເວລາ 16:00 ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກ ແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )
ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.