League

ມາສເຕີ້ ເຊເວັ້ນ ຮອງແຊ້ມ ປີທີ່ຜ່ານ ສະເຫມີ ລາວໂຕໂຢຕ້າ ແຊ້ມເກົ່າ 4 ສະໄຫມ 1-1 ນັດເປີດສະຫນາມ ເປບຊີ ລາວລີກ​ 1

ມາສເຕີ້ ເຊເວັ້ນ ຮອງແຊ້ມ ປີທີ່ຜ່ານ ສະເຫມີ ລາວໂຕໂຢຕ້າ ແຊ້ມເກົ່າ 4 ສະໄຫມ 1-1 ນັດເປີດສະຫນາມ ເປບຊີ ລາວລີກ​ 1

MASTTER7 FC VS LAO TOYOTA FC 2

      ເມື່ອວັນທີ 11 ກໍລະກົດ 2020 ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ) ໄດ້ມີ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ນັດເປີດສະຫນາມ ເຊິ່ງເປັນການພົບກັນລະຫວ່າງ ມາສເຕີ້ ເຊເວັ້ນ ເອັຟຊີ ຮອງແຊ້ມ ໃນປີທີ່ຜ່ານມາ ພົບກັບ ລາວໂຕໂຢຕ້າ ເອັຟຊີ ແຊ້ມເກົ່າ 4 ສະໄຫມ ເຊິ່ງນັດດັ່ງກ່າວນີ້ທັງ 2 ທີມກໍສົ່ງຜູ້ຫລິ້ນຕົວຫລັກລົງສະຫນາມ, ມາສເຕີ້ ເຊເວັ້ນ ເອັຟຊີ ພາຍໃຕ້ການຄຸມທີມຂອງຄູຝຶກຄົນໃຫມ່ ຈັນດາລາພອນ ລຽບວິໄຊ ສົ່ງຜູ້ຫລິ້ນຕົວຫລັກລົງສະຫນາມ ນຳໂດຍຜູ້ຮັກສາປະຕູນຳໂດຍ SHOTO WADA ສັນຊາດຍີ່ປຸ່ນ ( ຫົວຫນ້າທີມ ), ກອງຫລັງນຳໂດຍ ຄູນສົມບັດ ພົມມະໄຊ, ແອ໋ດ ວຽງຄຳ, ສາຍຊົນ ຂຸນຊໍານານ, ເກດສະດາ ສຸກສະຫວັນ, ກອງກາງນຳໂດຍ ບຸນທະວີ ສີປະສົງ, ສຸກສາຄອນ ບຸນຕາທິບ, ພູທອນ ອິນນະໄລ, ມະໂນລົມ ເພັດພັກດີ ແລະ ຄູ່ກອງຫນ້າ ນຳໂດຍ ກຽງທະວີສັກ ໄຊຊະນະປັນຍາ ແລະ ຈັນສະຫມອນ ພົມມະລີວົງ ຂະນະ ທີ່ ລາວໂຕໂຢຕ້າ ເອັຟຊີ ພາຍໃຕ້ການຄູມທີມ ຂອງ Jun Kuda ສັນຊາດຍີ່ປຸ່ນ ສົ່ງຜູ້ຫລິ້ນຕົວຫລັກລົງສະຫນາມ ຜູ້ຮັກສາປະຕູ ສຸກທະວີ ສູນດາລາ, ກອງຫລັງນຳໂດຍ ທິບພະຈັນ ອິນທະວົງ, ບຸນພິທັກ ຈັນທະລັງສີ, YOUSSOUF MORY  BAMBA ສັນຊາດ ກົດດີວົວ, ກອງກາງນຳໂດຍ ພຸດດາວີ ພົມມະສານ, ພິທັກ ກອງມາທິລາດ ( ຫົວຫນ້າທີມ ), ສົມສະຫວາດ ສໍພາບມີໄຊ, ອາລຸນໄນ ລຸນລາສີ, ສຸກສະຫວັນ ສົມສະນິດ, ກອງຫນ້ານຳໂດຍ LAERCIO GOMES COSTA ສັນຊາດບຣາຊີລ ແລະ ໂລ້ ວີພັດ.

                      MASTTER7 FC VS LAO TOYOTA FC 1                      

     ເລີ່ມເກມໄດ້ພຽງ 3 ນາທີ ລາວໂຕໂຢຕ້າ ໄດ້ມີໂອກາດລຸ້ນປະຕູຈາກລູກຍິງ ຟີຄິກ ພິທັກ ກອງມາທິລາດ ແຕ່ບານອອກຂ້າງໄປແບບຫນ້າເສຍດາຍ, ນາທີ 21 ໂອກາດຂອງ ມາສເຕີ້ເຊເວັ້ນ ກຽງທະວີສັກ ໄຊຊະນະປັນຍາ ໄດ້ມີໂອກາດຍິງໄກ ແຕ່ບານຕຳເສົາ ຫລັງຈາກນັ້ນທັງ 2 ທີມພັດປ່ຽນກັນບຸກປ່ຽນກັນຮັບ, ຈົນມາຮອດ ນາທີ 38 ເປັນທາງດ້ານ ລາວໂຕໂຢຕ້າ ເມືອ ພິທັກ ກອງມາທິລາດ ເປີດບານເຂົ້າໃນກອບເຂດໂທດ ກອງຫລັງ ມາສເຕີ້ ເຊເວັ້ນ ສະກັດບານພາດ ໄປເຂົ້າທາງ ໂລ້ ວິພັດ ຍິງປະຕູເຂົ້າຢ່າງສວຍງາມເຮັດໃຫ້ ລາວໂຕໂຢຕ້າ ຂຶ້ນນຳ ມາສເຕີ້ ເຊເວັ້ນ 1-0, ໄລຍະເວລາທີ່ເຫລືອບໍ່ມີທີມໃດສາມາດຍິງປະຕູເພີ້ມໄດ້ເຮັດໃຫ້ເຄິ່ງເວລາທຳອິດ ລາວໂຕໂຢຕ້າ  ຂຶ້ນນຳ ມາສເຕີ້ ເຊເວັ້ນ 1-0.

MASTTER7 FC VS LAO TOYOTA FC 4

MASTTER7 FC VS LAO TOYOTA FC 5


     ເຂົ້າສູ່ເຄິ່ງເວລາທີສອງ ທາງດ້ານ ມາສເຕີ້ ເຊເວັ້ນ ມີການປັບປ່ຽນຜູ້ຫລິ້ນ ໂດຍເອົາ ຈັນສະຫມອນ ພົມມະລິວົງ ອອກ ແລະ ສົ່ງທາງດ້ານ COULIBALY SOULEYMANE ກອງຫນ້າ ສັນຊາດມາລີ ເຂົ້າໄປຫລິ້ນແທນ, ນາທີ 64 ໂອກາດເປັນທາງດ້ານ ລາວໂຕໂຢຕ້າ ເມື່ອ ພິທັກ ກອງມາທິລາດ ມີໂອກາດຍິງໄກ ແຕ່ SHOTO WADA ຜູ້ຮັກສາປະຕູ ມາສເຕີ້ ເຊເວັ້ນ ສາມາດປັດບານອອກໄວ້ໄດ້, ນາທີ 71 ມາສເຕີ້ ເຊເວັ້ນ ມີໂອກາດລຸ້ນຕີສະເຫມີ ຈາກລູກຍິງ ຟິຄິກ ເກດສະດາ ສຸກສະຫວັນ ຍິງບານອອກຂ້າງແບບຫນ້າເສຍດາຍ ໃນໄລຍະເວລາທີ່ເຫລືອທັງ 2 ທີມພັດປ່ຽນກັນບຸກພັດປ່ຽນກັນຮັບ, ເກມທຳທ່າຈະຈົບລົງດ້ວຍຜົນສະເຫມີກັນ, ນາທີສຸດທ້າຍຂອງການຕໍ່ເວລາ 90+4 ມະໂນລົມ ເພັດພັກດີ ເປີດບານເຂົ້າໄປໃນກອບເຂດໂທດ ທິບພະຈັນ ອິນທະວົງ ໂດດໂມ່ງບານຜິດພາດ ໄປເຂົ້າທາງ ກຽງທະວີສັກ ໄຊຊະນະປັນຍາ ຍິງເຂົ້າໄປຢ່າງສວຍງາມເຮັດໃຫ້ ມາສເຕີ້ ເຊເວັ້ນ ເອັຟຊີ ຕີສະເຫມີ ລາວໂຕໂຢຕ້າ 1-1, ຈົບເກມ ມາສເຕີ້ ເຊເວັ້ນ ສະເຫມີ ລາວໂຕໂຢຕ້າ 1-1 ແບ່ງກັນໄປທີມລະທີມລະຫນຶ່ງ ຄະແນນ, ຂະນະທີ່ຜົນການແຂ່ງຂັນອີກຄູ່ຫນຶ່ງທີ່ແຂ່ງຂັນໃນເວລາດຽວກັນນັ້ນ ຢູ່ສະຫນາມກິລແຫ່ງຊາດຫລັກ 16 ສະຫນາມນອກ ຊ້າງນ້ອຍ ສະເຫມີ ເອສະຣາ 1-1.

MASTTER7 FC VS LAO TOYOTA FC 6

MASTTER7 FC VS LAO TOYOTA FC 8
   

      ຕາຕະລາງການແຂ່ງຂັນນັັດທີສອງ ມາສເຕີ້ ເຊເວັ້ນ ຈະແຂ່ງຂັນວັນທີ 25 ກໍລະກົດ 2020 ເວລາ 16:00 ພົບກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ), ຂະນະທີ່ ລາວໂຕໂຢຕ້າ ເອັຟຊີ ຈະແຂ່ງຂັນນັດທີສອງ ໃນວັນທີ 18 ກໍລະກົດ 2020 ເວລາ 16:00 ພົບກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ).

 

  

 

 

ທ່ານອາດຈະມັກ

ເພີ່ມເຕີມໃນ: League

0 ຄຳ ເຫັນ

Powered by