
ເມື່ອວັນທີ 11 ກໍລະກົດ 2020 ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ) ໄດ້ມີ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ນັດສຸດທ້າຍປະຈຳທິດ ເຊິ່ງເປັນການພົບກັນລະຫວ່າງ ປກສ ເອັຟຊີ ພົບ ວຽງຈັນ ເອັຟຊີ , ເຊິ່ງນັດນີ້ ຄູຝຶກ ປກສ ທ່ານ ບຸນມາ ປະຖຳມະວົງ ໄດ້ສົ່ງຜູ້ຫລິ້ນລົງສະຫນາມເຊິ່ງມີນັກເຕະຕົວຫລັກຫລາຍຄົນນຳທີມໂດຍ ຕ້າ ພີມມະທອງ ຫົວຫນ້າທີມ, ຄຳພູມີ ຫານວິໄລ , ແສງອາທິດ ສົມວົງ ປະສົມປະສານກັບນັກເຕະຫນ້າໃຫມ່ຫລາຍຄົນ ຂະນະ ທີ່ ວຽງຈັນ ເອັຟຊີ ນຳທີມໂດຍ ສຸກສະຫວັດ ຫລວງລາດ ( ຫົວຫນ້າທີມ ), TAKUTA WATANABE, SHUTHA ISHINO 2 ນັກເຕະ ຈາກຍີ່ປຸ່ນ.
ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ປກສ ເອັຟຊີ ພິກແຊງຊະນະ ວຽງຈັນ ເອັຟຊີ 2-1 ໂດຍ ວຽງຈັນ ເອັຟຊີ ໄດ້ປະຕູຂຶ້ນນຳກ່ອນໃນເຄິ່ງເວລາທຳອິດ ຈາກ ພຸດ ໄມພອນ ນາທີ 25, ເຄິ່ງເວລາສອງ ປກສ ເອັຟຊີ ໄດ້ 2 ປະຕູ ຈາກ ສຸລິພອນ ໄຊປັນຍາ ນາທີ 46',57', ຈາກໄຊຊະນະດັ່ງກ່າວສົ່ງຜົນໃຫ້ ປກສ ເອັຟຊີ ເກັບ 3 ຄະແນນ ທຳອິດ ພ້ອມທັງຂຶ້ນເປັນທີມນຳ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020, ຕາຕະລາງ ການແຂ່ງຂັນນັດຕໍ່ໄປ ປກສ ເອັຟຊີ ຈະລົງສະຫນາມນັດທີສອງ ພົບກັບ ເອສະຣາ ແຂ່ງຂັນວັນທີ 19 ກໍລະກົດ 2020 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ) ຂະນະທີ່ ວຽງຈັນ ເອັຟຊີ ຈະລົງສະຫນາມນັດທີສອງ ພົບກັບ ວຽງຈັນ ເອັຟທີ ແຂ່ງຂັນວັນທີ 18 ກໍລະກົດ 2020 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ )
ສຳລັບຜົນການແຂ່ງຂັນໃນນັດວັນເສົາ 11 ກໍລະກົດ 2020 ທີ່ຜ່ານມາ ມາສເຕີ້ ເຊເວັ້ນ ສະເຫມີ ລາວໂຕໂຢຕ້າ 1-1, ຊ້າງນ້ອຍ ສະເຫມີ ເອສະຣາ 1-1.
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.