
ເມື່ອວັນທີ 18 ກໍລະກົດ 2020 ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ) ໄດ້ມີ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ອາທິດທີ 2 ນັດ ເຊິ່ງເປັນການພົບກັນລະຫວ່າງ ລາວໂຕໂຢຕ້າ ເອັຟຊີ ພົບກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ເຊິ່ງທັງ 2 ທີມ ນັດທຳອິດ ຕ່າງຝ່າຍຕ່າງມີ 1 ຄະແນນ ໂດຍ ລາວໂຕໂຢຕ້າ ສະເຫມີ ມາສເຕີ້ ເຊເວັ້ນ 1-1 ສ່ວນ ຊ້າງນ້ອຍ ສະເຫມີ ເອສະຣາ 1-1, ນັດດັ່ງກ່າວທັງສອງທີມຕ້ອງການ 3 ຄະແນນ ໂດຍ ລາວໂຕໂຢຕ້າ ເອັຟຊີ ພາຍໃຕ້ການຄຸມທີມ ຂອງ Jun Kuda ສັນຊາດຍີ່ປຸ່ນ ສົ່ງຜູ້ຫລິ້ນຕົວຫລັກລົງສະຫນາມ ແລະ ໄດ້ປັບປ່ຽນຕຳແຫນ່ງໃນນັດທຳອິດ ເຊິ່ງຕຳແຫນ່ງ ຜູ້ຮັກສາປະຕູ ໃຊ້ ສອນໄຊ ພັນທິລາດ ແທນ ສຸກທະວີ ສູນດາລາ ທີ່ມີອາການບາດເຈັບ , ກອງຫລັງນຳໂດຍ ທິບພະຈັນ ອິນທະວົງ, ບຸນພິທັກ ຈັນທະລັງສີ, YOUSSOUF MORY BAMBA ສັນຊາດ ກົດດີວົວ, ກອງກາງ ພຸດດາວີ ພົມມະສານ, ພິທັກ ກອງມາທິລາດ ( ຫົວຫນ້າທີມ ), ສົມສະຫວາດ ສໍພາບມີໄຊ, ອາລຸນໄນ ລຸນລາສີ, ສຸກສະຫວັນ ສົມສະນິດ, ກອງຫນ້າ LAERCIO GOMES COSTA ສັນຊາດບຣາຊີລ ແລະ ໂລ້ ວີພັດ ຂະນະ ທີ່ ທ່ານ SUGUNAM ສັນຊາດສິງກະໂປ ຄູຝຶກ ຊ້າງນ້ອຍ ເອັຟຊີ ໄດ້ມີການປັບປ່ຽນຜູ້ຫລິ້ນ 1 ຕຳແຫນ່ງ, ຜູ້ຮັກສາປະຕູ ສໍລະສັກ ທິລະວົງ, ກອງຫລັງ ອາພີໄຊ ທານະຂັນຕີ, ວັນນາ ບຸນຫລໍ່ວົງສາ, ກ້າຫານ ເພັດສີວິໄລ, NORI, ກອງກາງ ລຸ້ງເລືອງ ແກ້ວພູວົງ, ຈັນທະຈອນ ທິໂນລາດ ( ຫົວຫນ້າທີມ ), ບຸນພະຈັນ ບຸນກອງ, KANU, ກອງຫນ້າ ໃຊ້ນັກເຕະໃຫມ່ TAKUMU NISHIHARA ຢຶນຄູ່ກັບ ສົມຊາຍ ແກ້ວຫານາມ.
ເລີ່ມເກມໄດ້ 12 ນາທີ ຊ້າງນ້ອຍ ໄດ້ມີໂອກາດລຸ້ນປະຕູຈາກຈັງຫວະ ກ້າຫານ ເພັດສີວິໄລ ເປີດບານເຂົ້າໄປໃນຫນ້າກອບເຂດໂທດ ແຕ່ບໍ່ຜ່ານ ສອນໄຊ ຜູ້ຮັກສາປະຕູ ລາວໂຕໂຢຕ້າ, ຖັດມາອີກ 3 ນາທີ ລາວໂຕໂຢຕ້າ ໄດ້ມີໂອກາດລຸ້ນຈາກ ຟີຄິກ LAERCIO GOMES COSTA ແຕ່ ສໍລະສັກ ສາມາດປັດອອກໄປໄວ້ໄດ້, ນາທີ 21 ກ້າຫານ ເພັດສີວິໄລ ຟີຄິກ ພິທັກ ກອງມາທິລາດ ແຕ່ບານອອກຂ້າງໄປແບບຫນ້າເສຍດາຍ, ນາທີ 25 ຊ້າງນ້ອຍ ໄດ້ປະຕູຂຶ້ນນຳ ລາວໂຕໂຢຕ້າ 1-0 ຈາກຈັງຫວະການເປີດບານຍາວຂອງ ຈັນທະຈອນ ທິໂນລາດ ແລະ ກໍເປັນ TAKUMU NISHIHARA ອະດີດນັກເຕະເກົ່າ ລາວໂຕໂຢຕ້າ ດີດເຂົ້າປະຕູໄປຢ່າງສວຍງາມ, ຫລັງຈາກເສຍປະຕູ ລາວໂຕໂຢຕ້າ ກໍເປີດເກມບຸກໃສ່ເພື່ອຫວັງຕີສະເຫມີ, ຈົນຮອດນາທີ 29 ວັນນາ ບຸນຫລໍ່ວົງສາ ຊ້າງນ້ອຍ ໄດ້ສະກັດບານໃສ່ ສົມສະຫວາດ ສໍພາບມີໄຊ ລົ້ມໃນກອບເຂດໂທດ ກຳມະການ ທ່ານ ສວຍ ວົງຄຳ ເປົ່າໃຫ້ເປັນຈຸດໂທດ ແລະ ກໍເປັນ LAERCIO GOMES COSTA ເປັນຜູ້ຍິງຈຸດໂທດ ເຮັດໃຫ້ ລາວໂຕໂຢຕ້າ ຕີສະເຫມີ ຊ້າງນ້ອຍ 1-1 ໃນນາທີ 31, ໄລຍະເວລາທີ່ເຫລືອບໍ່ມີທີມໃດສາມາດຍິງປະຕູເພີ້ມໄດ້ເຮັດໃຫ້ເຄິ່ງເວລາທຳອິດ ລາວໂຕໂຢຕ້າ ສະເຫມີ ຊ້າງນ້ອຍ 1-1.
ເຂົ້າສູ່ເຄິ່ງເວລາທີສອງ ທັງສອງທີມ ກໍມີໂອກາດລຸ້ນປະຕູຫລາຍຄັ້ງ, ນາທີ 63 kanu ຖືກ ພຸດດາວີ ພົມມະສານ ຕັດບານໄດ້ ກ່ອນທີ່ ພຸດດາວີ ແນມເຫັນ ສໍລະສັກ ຜູ້ຮັກສາປະຕູ ຊ້າງນ້ອຍ ອອກມາໄກ ຍິງໄລຍະເກືອບເຄິ່ງສະຫນາມ ບາງພູ່ງຂ້າມມື ສໍລະສັກ ເຂົ້າໄປຢ່າງສວຍງາມ, ໄລຍະເວລາທີ່ເຫລືອ ຊ້າງນ້ອຍ ກໍເປີດເກມບຸກໄຊເພື່ອຫວັງຕູຕີສະເຫມີ ແຕ່ກໍໍບໍ່ຜ່ານ ສອນໄຊ ຜູ້ຮັກສາປະຕູ ລາວໂຕໂຢຕ້າ ສາມາດປ້ອງກັນໄວ້ໄດ້,ຈົບເກມ ລາວໂຕໂຢຕ້າ ເອົາຊະນະ ຊ້າງນ້ອຍ 2-1, ຈາກໄຊຊະນະດັ່ງກ່າວສົ່ງຜົນໃຫ້ ລາວໂຕໂຢຕ້າ ເກັບ 3 ຄະແນນ ທຳອິດ ພ້ອມຂຶ້ນເປັນທີມນຳຕາຕະລາງຄະແນນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ໂດຍລົງສະຫນາມ 2 ນັດ ຊະນະ 1 ສະເຫມີ 1 ມີ 4 ຄະແນນ, ຂະນະທີ່ ຊ້າງນ້ອຍ ຕົກມາຢູ່ອັນດັບ ສຸດທ້າຍ ລົງແຂ່ງຂັນ 2 ນັດ ເສຍ 1 ສະເຫມີ 1 ມີ 1 ຄະແນນ, ສ່ວນຜົນການແຂ່ງຂັນໃນມື້ດຽວກັນນັ້ນ ວຽງຈັນ ເອັຟຊີ ສະເຫມີ ວຽງຈັນ ເອັຟທີ 3-3 ແລະ ວັນອາທິດ 19 ກໍລະກົດ 2020 ເອສະຣາ ເອັຟຊີ ສະເຫມີ ປກສ ເອັຟຊີ.
ຕາຕະລາງການແຂ່ງຂັນນັັດທີສອງ ລາວໂຕໂຢຕ້າ ຈະແຂ່ງຂັນວັນທີ 25 ກໍລະກົດ 2020 ເວລາ 16:00 ພົບກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ), ຂະນະທີ່ ຊ້າງນ້ອຍ ເອັຟຊີ ຈະແຂ່ງຂັນນັດທີສາມ ໃນວັນທີ 25 ກໍລະກົດ 2020 ເວລາ 16:00 ພົບກັບ ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ) ແລະ ວັນອາທິດ 26 ກໍລະກົດ 2020 ເວລາ 16:00 ວຽງຈັນ ເອັຟທີ ພົບ ເອສະຣາ ເອັຟຊີ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ( ສະຫນາມໃນ ).
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.