League

ສ​ະ​ໂມ​ສອນ ຊ້າງ​ນ້ອຍ ເອັ​ຟ​ຊີ ເປີດ​​ຕົວຄູ​ຝຶກ, ນັກ​ກິ​ລາ ແລະ ຜູ້​ສະ​ຫ​ນັບ​ສະ​ຫ​ນູນ ລຸຍ​ການ​ແຂ່ງ​ຂັນ ເປບ​ຊີ ລາວ​ລີກ 1

ສ​ະ​ໂມ​ສອນ ຊ້າງ​ນ້ອຍ ເອັ​ຟ​ຊີ ເປີດ​​ຕົວຄູ​ຝຶກ, ນັກ​ກິ​ລາ ແລະ ຜູ້​ສະ​ຫ​ນັບ​ສະ​ຫ​ນູນ ລຸຍ​ການ​ແຂ່ງ​ຂັນ ເປບ​ຊີ ລາວ​ລີກ 1

     YEFC 1

 

           ພິທີຖະແຫລງຂ່າວ ເປິດຕົວຄູຝຶກ, ນັກກິລາ ແລະ ຜູ້ສະຫນັບສະຫນູນຫລັກ ໄດ້ມີຂຶ້ນວັນທີ 01 ມີນາ 2021 ຢູ່ທີ່ ໂຮງແຮມດອກຈໍາປາ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ເຈສັນ ລິມ ປະທານສະໂມສອນ ຊ້າງນ້ອຍ ເອັຟຊີ, ທ່ານ ສົມສະນຸກ ລ່ຽນສະຫວັນ ຮອງເລຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການ ບໍລິສັດ T PLUS ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນອື່ນໆ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

YEFC 2


           ໂອກາດດັ່ງກ່າວ ທ່ານ ບ້ອນ ສູນດາລາ ( Bon Soundala ) ຮອງປະທານສະໂມສອນ ຊ້າງນ້ອຍ ເອັຟຊີ ກ່າວວ່າ '' ສຳລັບວັດຖຸປະສົງຂອງ ສະໂມສອນ ຊ້າງນ້ອຍ ເອັຟຊີ ແມ່ນເພື່ພັດທະນາວົງການບານເຕະລາວດ້ວຍຄວາມຮູ້ ແລະ ຄວາມສາມາດທີ່ພວກເຮົາມີ, ການສະຫນັບສະຫນູນ ແລະ ຊຸກຍູ້ຂອງພວກທ່ານຈະເປັນການສ້າງພື້ນຖານໂຄງລ່າງ ໂດຍສະເພາະບຸກຄະລາກອນກໍ່ຄືນັກກິລາເພື່ອໃຫ້ເຕີບໃຫຍ່ ແລະ ກ້າວໄປສູ່ຄວາມເປັນມືອາຊີບ, ເຊິ່ງມັນສິ່ງທີ່ດີຕໍ່ກັບ ສະໂມສອນ  ແລະ ລະດັບປະເທດ ພ້ອມທັງ ຂອບໃຈຜູ້ສະໜັບສະໜູນຫຼັກຢ່າງ T PLUS ທີ່ໃຫ້ການອຸປະຖໍ້ານັບຕັ້ງແຕ່ແຕ່ປີ 2020 ແລະ ກໍສືບຕໍ່ໃນປີ 2021. ນອກນັ້ນ ກໍຍັງມີ FBT ຜູ້ອຸປະຖໍາຊຸດກີລາ ແລະ ອຸປະກອນກີລາ ເຊິ່ງລະດູການ 2020 ພວກເຮົາສາມາດຍາດໄດ້ອັນດັບ 3 ໃນລີກສູງສຸດຂອງ ສປປ ລາວ ແລະ ຍາດໄດ້ແຊັມລາຍການ ຄອມມານໂດ ຄັບ ເຊິ່ງເປັນລາຍການໃຫຍ່ອັນດັບ 2 ຂອງປະເທດຮອງຈາກ ລາວລີກ 1 ລີກສູງສຸດຂອງ ສປປ ລາວ, ເປົ້າຫມາຍໃນປີນີ້ ຕັ້ງເປົ້າຄວ້າແຊ້ມ, ເນັ້ນໄຊຊະນະທຸກເກມ ແລະ ຄຽງຄູ່ກັນນັ້ນຈະຫລິ້ນແບບ FAIR PLAY ຖ້າພວກເຮົາຊະນະຄືພວກເຮົາຊະນະ, ຖ້າພວກເຮົາເສຍຕ້ອງຍອມ ແລະ ນຳໄປປັບປຸງແກ້ໄຂ, ເຄົາລົບຄູ່ຕໍ່ສູ້ ແລະ ການຕັດສິນຂອງກຳມະການ. 

 

YEFC 7

               ຫລັງຈາກນັ້ນໄດ້ມີການເປີດຕົວຄູຝຶກຄົນໃຫມ່ ທ່ານ ບຸນລັບ ເຄນກິດຕິສັກ, ຄະນະຄູຝຶກ ແລະ ນັກກິລາຫນ້າໃຫມ່ຫລາຍຄົນນຳ ໂດຍ ແກ້ວວຽງເພັດ ລິດທິເດດ, ກີ້ດາວອນ ສຸວັນນີ, ມະໂນລົມ ເພັດພັກດີ ແລະ ນັກຕ່າງຕ່າງປະເທດອີກ 2 ຄົນ,  ນອກນັ້ນ ກໍຍັງມີການເປີດຕົວຊຸດແຂ່ງຂອງ ຊ້າງນ້ອຍ ເອັຟຊີ ປະຈໍາລະດູການ 2021 ໂດຍມີເຖິງ 5 ຊຸດຄື: ຊຸດທີ່ 1 ຊຸດ ສີເຫຼື້ອງແມ່ນໃຊ້ ສຳຫຼັບເຈົ້າບ້ານ, ສ່ວນຊຸດ ສີບົວນີ້ ແມ່ນສຳຫຼັບ ຜູ້ຮັກສາປະຕູ, ຊຸດທີ່ 2 ແມ່ນຊຸດທີມເຢືອນ  ສີດຳແມ່ນສຳຫຼັບນັກເຕະ ແລະ ຊຸດສີຂຽວແມ່ນສຳຫຼັບຜູ້ຮັກສາປະຕູ ແລລະ ຊຸດສຸດທ້າຍແມ່ນຊຸດທີມເຢືອນ  (ຊຸດທີມເຢືອນມີ ຊຸດ), ສີມ່ວງແມ່ນສຳຫຼັບນັກເຕະ, ສີສົ້ມແມ່ນສຳຫຼັບຜູ້ຮັກສາປະຕູ.

YEFC 8


           ສຳລັບລາຍຊື່ນັກກິລາ ສະໂມສອນ ຊ້າງນ້ອຍ ເອັຟຊີ ທີ່ລົງທະບຽນສຳເລັດ ປະກອບມີ 22 ຄົນ ມີລາຍຊື່ດັ່ງລຸ່ມນີ໊: 
- ຜູ້ຮັກສາປະຕູ: ສໍລະສັກ ທີລະວົງ, ໄຊສະຫວາດ ສຸວັນນະໂຊ, ສີອຳພອນ ແສງສະຫວ່າງ
- ກອງຫລັງ : ອາພີໄຊ ທານະຂັນຕີ, ກ້າຫານ ເພັດສີວິໄລ, ກິດຕິສັກ ພົມວົງສາ, ສອນວິໄລ ສີຫາວົງ, NORIHIRO KAWAKAMI ສັນຊາດຍີ່ປຸ່ນ
- ກອງກາງ : ສົມລິດ ແສງວັນນີ, ຈິດປະສົງ ລັດຖະຈັກ, ທະນູທອງ ກຽດນະລົງລົບ, ລຸ້ງເລືອງ ແກ້ວພູວົງ, ມະໂນລົມ ເພັດພັກດີ, ແກ້ວວຽງເພັດ ລິດທິເດດ, ອານັນທະນາ ຈັນທະມາລີ, ABDUL KANU ສັນຊາດເຊລາລີໂອນ ( SIERRA LEONE )
- ກອງຫນ້າ : ບຸນພະຈັນ ບຸນກອງ, ສົມໄຊ ແກ້ວຫານາມ, ວັນນະສອນ ດວງໄມຕີ,  ກີ້ດາວອນ ສຸວັນນີ, SOULEYMANE COULIBALY ສັນຊາດມາລີ ແລະ ANGE MIKAEL FRABICE ANY ສັນຊາດ ກົດດີວົວ.                                             
           ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2021 ມີ ທັງຫມົດ 6 ສະໂມສອນ ເຂົ້າຮ່ວມປະກອບມີ : ສະໂມສອນ ເອັຟຊີ ຈັນທະບູລີ, ສະໂມສອນ ປກສ ເອັຟຊີ,ສະໂມສອນ ຊ້າງນ້ອຍ ເອັຟຊີ,ສະໂມສອນ ເອສະຣາ ເອັຟຊີ,ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ແລະ ສະໂມສອນ ກອງທັບ ເອັຟຊີ (ເລຶ່ອນຂຶ້ນມາຈາກ ແຊ້ມ ລິກ 2 , 2020). ການແຂ່ງຂັນເຊິ່ງແມ່ນຈະເປີດສາກໃນວັນທີ 06 ມີນາ 2021 ຮູບແບບການແຂ່ງຂັນ ແມ່ນຈະແຂ່ງແບບ 3 ຮອບຄື: ຮອບຂາໄປ, ຮອບຂາກັບ ແລະ ຮອບ 3.
ສຳລັບລາງວັນ:

- ອັນດັບ 1 ໄດ້ຮັບເງິນລາງວັນ 300,000,000 ກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ,
- ອັນດັບ 2 ໄດ້ຮັບເງິນລາງວັນ 150.000.000 ກີບ,
- ອັນດັບ 3 ໄດ້ຮັບເງິນລາງວັນ 80.000.000 ກີບ,
- ອັນດັບ 4 ໄດ້ຮັບເງິນລາງວັນ 40.000.000 ກີບ,
- ອັນດັບ5 ໄດ້ຮັບເງິນລາງວັນ 30.000.000 ກີບ
ລວມເງິນລາງວັນການແຂ່ງຂັນ ທັງຫມົດ 1 ຕື້ກວ່າກີບ
ນອກຈາກນັ້ນຍັງມີລາງວັນອື່ນໆອີກເຊັ່ນ :
- ນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ,
- ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ,
- ຄູຝືກດີເດັ່ນໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ
- ນັກກິລາດີເດັ່ນປະຈໍາການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ,
ທີມທີ່ ເຂົ້າຮ່ວມຈະໄດ້ຮັບເງິນອຸດຫນູນເປັນຈໍານວນ 50.000.000 ກີບ,
ສະໂມສອນທີ່ໄດ້ເປັນແຊ້ມ ຫຼື ຮອງແຊ້ມລາວ ເປັບຊີ ລາວລີກ 1 ລະດູການ 2021 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup (ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

ທ່ານອາດຈະມັກ

ເພີ່ມເຕີມໃນ: League

0 ຄຳ ເຫັນ

Powered by