
ເມື່ອວັນທີ 21 ກໍລະກົດ 2020 ທີ່ຜ່ານມາ ຄະນະກໍາມະການລະບຽບວິໄນ ສຕລ ໄດ້ເປີດກອງປະຊຸມຄະນະ ຄັ້ງທີ 1 ປະຈໍາປີ 2020 ຂື້ນທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ກະເສມ ອິນທະລາ, ຫົວໜ້າຄະນະກໍາມະການ. ວາລະສໍາຄັນຂອງກອງປະຊຸມ ແມ່ນການພິຈາລະນາຕັດສິນຂໍ້ພິພາກທີ່ເກີດຂື້ນໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ລະຫວ່າງສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ ເອັຟຊີ; ແລະ ການແຂ່ງຂັນບານເຕະເຍົາວະຊົນຮຸ້ນອາຍຸບໍ່ເກີນ 12 ປີ ປະຈໍາປີ 2020 ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
1. ການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ລະຫວ່າງສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ ເອັຟຊີ ໃນວັນທີ 18 ກໍລະກົດ 2020 ປາກົດວ່າ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ໄດ້ປ່ຽນຕົວນັກກິລາ 4 ຄັ້ງ ຈາກທີ່ໄດ້ກໍານົດໄວ້ໃນ ກົດລະບຽບ ແມ່ນ
ຈໍານວນທັງໝົດ 3 ຄັ້ງ ໃນເອກະສານຊ້ອນທ້າຍ 3 ຂອງກົດລະບຽບການແຂ່ງຂັນ ເປັບຊີ ລາວລີກ 1 ປະຈໍາປີ 2020 ວ່າດ້ວຍເລື່ອງກົດລະບຽບປັບປຸງຊົ່ວຄາວ ເຊິ່ງເປັນການລະເມີດກົດລະບຽບຂອງການແຂ່ງຂັນ ໂດຍຝ່າຍສະໂມສອນ ແລະ ກໍາມະການຕັດສິນທີ່ອະນຸຍາດໃຫ້ມີການປ່ຽນຕົວ ຄັ້ງທີ 4, ດັ່ງນັ້ນ, ຄະນະກໍາມະການລະບຽບວິໄນ ສຕລ ໄດ້ມີມະຕິຕົກລົງອອກຄໍາຕັດສິນຕໍ່ກໍລະນີດັ່ງກ່າວຄື:
- ປັບໄໝສະໂມສອນ ລາວໂຕໂຢຕ້າ ເອັຟຊີ ເປັນຈໍານວນເງິນ 3,000,000 ກີບຖ້ວນ (ສາມລ້ານກີບຖ້ວນ) ຊຶ່ງຕ້ອງຊໍາລະຄ່າປັບໄໝພາຍໃນ 30 ວັນ ນັບຕັ້ງແຕ່ມື້ລົງວິໄນ.
- ລົງວິໄນ ທ່ານ Jun Fukuda ຫົວໜ້າຄູຝຶກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ຫ້າມບໍ່ໃຫ້ປະຕິບັດໜ້າທີ່ຂ້າງສະໜາມເປັນຈໍານວນ 2 ນັດແຂ່ງຂັນ ໃນການແຂ່ງຂັນ ເປັບຊີ ລາວລີກ 1 ປະຈໍາປີ 2020.
- ລົງວິໄນ ກໍາມະການຕັດສິນທີ 4 ຫ້າມບໍ່ໃຫ້ປະຕິບັດໜ້າທີ່ພາຍໃນ 4 ອາທິດ.
- ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປີ ປະຈໍາປີ 2020 ລະຫວ່າງ ສະໂມສອນ ລ໋ອບສະເຕດ້ຽມ ເອັຟເອ ຢູ 12 ແລະ ສະໂມສອນ ມໍຊໍ ເອັຟຊີ ຢູ 12 ໂດຍສະໂມສອນ ລ໋ອບສະເຕດ້ຽມ ເອັຟເອ ໄດ້ສົ່ງນັກກິລາ ຈໍານວນ 5 ຄົນ ມີອາຍຸແທ້ທີ່ເກີນເກນກໍານົດຂອງການແຂ່ງຂັນ ເຊິ່ງເປັນການລະເມີດ ມາດຕາ 4 ຂອງກົດລະບຽບ ແລະ ຂໍ້ບັງຄັບວ່າດ້ວຍການແຂ່ງຂັນບານເຕະເຍົາວະຊົນຮຸ້ນອາຍຸບໍ່ເກີນ 12 ປີ ຊິງຂັນ ສຕລ ປະຈໍາປີ 2020 ແລະ ກົດໝາຍອາຍາ ແຫ່ງ ສປປ ລາວ. ດັ່ງນັ້ນ, ຄະນະກໍາມະການລະບຽບວິໄນ ສຕລ ໄດ້ມີມະຕິຕົກລົງອອກຄໍາຕັດສິນຕໍ່ກໍລະນີດັ່ງກ່າວຄື:
- ລົງວິໄນ ສະໂມສອນ ລ໋ອບສະເຕດ້ຽມ ເອັຟເອ ຫ້າມບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນບານເຕະທີ່ ສະຫະພັນບານເຕະແຫ່ງຊາດລາວ ຈັດຂື້ນ ເປັນເວລາ 3 ປີ.
- ລົງວິໄນ ທ່ານ ອາລ໋ອບ ມະນີບົດ ຜູ້ຈັດການທີມ ແລະ ທ່ານ ສົມສະຫວັນ ສຸລິທໍາ ຫ້າມບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນບານເຕະທີ່ ສຕລ ຈັດຂື້ນ ເປັນເວລາ 3 ປີ.
- ຕັກເຕືອນນັກກິລາທັງ 5 ຄົນ ແລະ ໃຫ້ສາມາດລົງແຂ່ງຂັນກິລາບານເຕະໄດ້ ແຕ່ຕ້ອງໃຊ້ອາຍຸແທ້ຈິງ ໃນການລົງທະບຽນເຂົ້າຮ່ວມການແຂ່ງຂັນ.
- ຖອນຕໍາແໜ່ງຊະນະເລີດ, ຂັນ ແລະ ຫຼຽນລາງວັນການແຂ່ງຂັນລາຍການດັ່ງກ່າວຄືນ.
ຜູ້ຖືກຕັດສິນ ມີສິດຂໍອຸທອນຕໍ່ຄໍາຕັດສິນຂອງຄະນະກໍາມະການລະບຽບວິໄນ ຫາກບໍ່ພໍໃຈຕໍ່ຄໍາຕັດສິນ ໂດຍຕ້ອງສົ່ງໜັງສືຢ່າງເປັນລາຍລັກອັກສອນ ພາຍໃນເວລາ 5 ວັນ ຫຼັງຈາກມື້ອອກຄໍາຕັດສິນ.
0 ຄຳ ເຫັນ
ທ່ານຕ້ອງເຂົ້າສູ່ລະບົບເພື່ອໃຫ້ ຄຳ ເຫັນ.